ພ້ອມກັນເອົາໃຈໃສ່ສະກັດກັ້ນ ແລະ ຕ້ານອັກຄີໄພ

 

 

 

ໃນຊ່ວງຍາມຮ້ອນນີ້ ບັນຫາອັກຄີໄພແມ່ນເກີດຂຶ້ນຫລາຍໂດຍສັງເກດເຫັນວ່າໃນເດືອນເມສານີ້ ເກີດຂຶ້ນຫລາຍຈຸດໃນນະຄອນຫລວງວຽງຈັນ ແລະ ບັນດາແຂວງຕ່າງໆເວົ້າມໍ່ໆສະເພາະໄລຍະການສະຫລອງບຸນປີໃໝ່ລາວທົ່ວປະເທດມີອັກຄີໄພເກີດຂຶ້ນບໍ່ຕໍ່າກວ່າ10 ຄັ້ງ ອັນໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ທີ່ຢູ່ອາໄສຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າເປັນຈໍານວນຫລວງຫລາຍ ເຊິ່ງສາເຫດທີ່ພາໃຫ້ເກີດອັກຄີໄພຕົ້ນຕໍແມ່ນການຂາດສະຕິຄວາມຮັບຜິດຊອບ ຈຶ່ງຮຽກຮ້ອງເຖິງທຸກພາກສ່ວນໃນສັງຄົມພ້ອມກັນເປັນເຈົ້າການປ້ອງກັນອັກຄີໄພບໍ່ໃຫ້ເກີດຂຶ້ນ ໂດຍການເອົາໃຈໃສ່ກວດກາລະບົບສາຍໄຟພາຍໃນເຮືອນ, ການດັງຟືນໄຟແຕ່ງຢູ່ຄົວກິນ, ການໄຕ້ທູບທຽນບູຊາ ແລະ ອື່ນໆ.

ອີງຕາມບົດສະຫລຸບຂອງກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ຮູ້ວ່າ: ສະເພາະປີ 2018 ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ177 ຄັ້ງ, ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງປະຊາຊົນຫລາຍກວ່າ33 ຕື້ກວ່າກີບ, ໃນນັ້ນແຂວງທີ່ເສຍຫາຍຫລາຍກວ່າໝູ່ແມ່ນອຸດົມໄຊ 3ຕື້ກວ່າກີບ ຮອງລົງມາແມ່ນນະຄອນຫລວງ 2 ຕື້ກວ່າກີບ. ສ່ວນສາເຫດທີ່ພາໃຫ້ເກີດອັກຄີໄພກໍມີຫລາຍປັດໄຈ ນັບທັງການຂາດສະຕິຄວາມລະມັດລະວັງໃນການດັງໄຟ, ການແຕ່ງຢູ່ຄົວກິນ, ຈູດສິ່ງເສດເຫລືອ, ໄຕ້ທູບທຽນບູຊາ, ຄວາມຜິດພາດດ້ານເຕັກນິກໄຟຟ້າ,ໄພທຳມະຊາດ ແລະອື່ນໆ ເຊິ່ງທັງໝົດນັ້ນແມ່ນຂຶ້ນກັບສະຕິ ແລະ ຄວາມຮັບຜິດຊອບຂອງບຸກຄົນ, ຄອບຄົວ, ບ້ານ ແລະ ສຳນັກງານອົງການຕ່າງໆ ໃນການເປັນເຈົ້າການປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ອັກຄີໄພເກີດຂຶ້ນ ເຊິ່ງໃນກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພທີ່ປະກາດໃຊ້ໃນປີ 2008 ໄດ້ກຳນົດໄວ້ຢ່າງຊັດເຈນວ່າ: ການສະກັດກັ້ນ ແລະ ຕ້ານອັກຄີໄພ ແມ່ນໜ້າທີ່ລວມຂອງທົ່ວປວງຊົນທີ່ເຄື່ອນໄຫວ ແລະ ດຳລົງຊີວິດຢູ່ ສປປ ລາວ, ໃຫ້ຖືການສະກັດກັ້ນ ແລະ ຕ້ານອັກຄີໄພ ເປັນວຽກງານຕົ້ນຕໍ, ການຕ້ານອັກຄີໄພໃຫ້ຖືເປັນບັນຫາສຳຄັນ; ກຳລັງພາຫະນະ, ວັດຖຸ, ອຸປະກອນ, ແຜນການຕ້ານອັກຄີໄພ ແລະ ເງື່ອນໄຂອື່ນໆຕ້ອງໃຫ້ມີການກະກຽມ ແລະ ຮັບປະກັນເພື່ອດັບມອດໄຟໃຫ້ທັນການ ແລະ ມີປະສິດທິຜົນ. ທົ່ວປວງຊົນຍັງມີພັນທະປະກອບສ່ວນສະໜອງວັດຖຸ, ຊັບສິນ, ພາຫະນະ, ວັດຖຸອຸປະກອນອື່ນໆທີ່ຈຳເປັນໃຫ້ແກ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ພົນລະເມືອງລາວ ແລະ ຊາວຕ່າງດ້າວ ທີ່ມີອາຍຸກະສຽນ 18 ປີຂຶ້ນໄປ, ມີສຸຂະພາບສົມບູນແຂງແຮງມີໜ້າທີ່ເຂົ້າຮ່ວມໜ່ວຍງານສະກັດກັ້ນ ແລະ ຕ້ານອັກຄີໄພບ່ອນທີ່ຕົນສັງກັດ ແລະ ອາໄສຢູ່. ສຳນັກງານ, ອົງການ, ບ້ານ,ຄອບຄົວມີໜ້າທີ່ເຜີຍແຜ່, ແນະນຳວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ.ວິທີການສຳຄັນທີ່ເປັນພື້ນຖານໃນການສະກັດກັ້ນອັກຄີໄພ ແມ່ນການໂຄສະນາສຶກສາອົບຮົມໃຫ້ທົ່ວປວງຊົນ ມີສະຕິຕໍ່ວຽກງານດັ່ງກ່າວ; ອົງການຈັດຕັ້ງຂັ້ນຕ່າງໆ, ສຳນັກງານ, ອົງການຕ້ອງສ້າງແຜນສະກັດກັ້ນອັກຄີໄພໄວ້ລວງໜ້າ; ຕ້ອງມີການຄຸ້ມຄອງວັດຖຸໄວໄຟ, ມາດໄໝ້, ມາດລະເບີດ, ແຫລ່ງໄຟ, ໄຟຟ້າ, ແຫລ່ງຄວາມຮ້ອນ, ພາຫະນະ, ເຄື່ອງມື, ວັດຖຸອຸປະກອນທີ່ພາໃຫ້ເກີດໄຟໄໝ້ ຢ່າງເຂັ້ມງວດ ແລະ ນຳໃຊ້ໃຫ້ຖືກຕ້ອງຕາມຫລັກການ ທັງຮັບປະກັນຄວາມປອດໄພ; ພ້ອມມີການກວດກາຢ່າງເປັນປະຈຳ ເພື່ອແກ້ໄຂຂໍ້ຂາກຕົກບົກຜ່ອງຢ່າງທັນການ. ສຳລັບນກໍລະນີທີ່ເກີດໄຟໄໝ້ຢູ່ຕາມສະຖານທີ່ຕ່າງໆບຸກຄົນທີ່ພົບເຫັນເຫດ ຫລື ໄດ້ຍິນສັນຍານເຕືອນໄຟໄໝ້ ຕ້ອງແຈ້ງເຫດໃຫ້ບໍລິເວນອ້ອມຂ້າງທີ່ໃກ້ທີ່ສຸດ ແລະ ແຈ້ງໃຫ້ກຳລັງສະກັດກັ້ນ ແລະ ຕ້ານອັກຄີໄພຊາບ ພ້ອມທັງເຂົ້າຮ່ວມຕ້ານອັກຄີໄພຢ່າງທັນການ; ກຳລັງສະກັດກັ້ນ ແລະ ຕ້ານອັກຄີໄພ ເມື່ອໄດ້ຮັບແຈ້ງເຫດໃນຂົງເຂດຄວາມຮັບຜິດຊອບຕ້ອງຮີບຮ້ອນປະຕິບັດໜ້າທີ່ຢ່າງທັນການ; ສ່ວນຂະແໜງການກ່ຽວຂ້ອງເຊັ່ນ: ສາທາລະນະສຸກ, ຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ອົງການຄຸ້ມຄອງໄພພິບັດ, ກາແດງຕ້ອງລະດົມກຳລັງພົນ, ພາຫະນະ, ວັດຖຸອຸປະກອນ ແລະ ທຶນອອກຊ່ວຍເຫລືອ ແລະຕ້ານອັກຄີໄພຢ່າງທັນເວລາ; ທະຫານ, ຕຳຫລວດ, ກຳລັງປ້ອງກັນຄວາມສະຫງົບບ້ານ ຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ, ປ້ອງກັນສະຖານທີ່ໄຟໄໝ້ ແລະ ວັດຖຸສິ່ງຂອງ ພ້ອມທັງເຂົ້າຮ່ວມຂະບວນການໃຫ້ທັນເວລາ.ເວົ້າລວມແລ້ວ, ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ແມ່ນພັນທະແລະ ໜ້າທີ່ລວມຂອງທົ່ວປວງຊົນ ເພື່ອຫລຸດຜ່ອນຜົນກະທົບທີ່ເກີດຂຶ້ນ ທຸກພາກສ່ວນໃນສັງຄົມຕ້ອງເປັນເຈົ້າການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານດັ່ງກ່າວ ພ້ອມທັງເພີ່ມທະວີສະຕິລະວັງຕົວໃນການໃຊ້ໄຟເຂົ້າໃນການດຳລົງຊີວິດ ເພື່ອປົກປ້ອງກັນຊີວິດ ແລະ ຊັບສິນ ຈາກເຫດການອັກຄີໄພທີ່ອາດເກີດຂຶ້ນໄດ້ທຸກເວລາ.